ຂໍ້ມູນການຢືມ-ສົ່ງປຶ້ມ,ເອກະສານໃນຫໍສະໝຸດ
– ນັກຮຽນ/ສະມາຊິກທົ່ວໄປຜູ້ໜຶ່ງ ສາມາດຢືມປຶ້ມໄດ້ເຖິງ 4 ຫົວ ຕໍ່ຄັ້ງ.
– ໄລຍະເວລາການຢືມ: ຕ້ອງນຳເອົາປຶ້ມມາສົ່ງພາຍໃນ 7 ວັນ, (ນັບທັງ ວັນເສົາ ແລະ ວັນອາທິດ).
ສຳລັບພະນັກງານ,ຄູອາຈານ, ນັກວິໄຈນັກຄົ້ນຄົ້ວ
– ທ່ານຢືມປຶ້ມໄດ້ເຖິງ 7 ຫົວ ຕໍ່ຄັ້ງ.
– ໄລຍະເວລາການຢືມ: ຕ້ອງນຳເອົາປຶ້ມມາສົ່ງພາຍໃນ 14 ວັນ, (ນັບທັງ ວັນເສົາ ແລະ ວັນອາທິດ).
ຈະເປັນແນວໃດຖ້າທ່ານບໍ່ໄດ້ນຳເອົາປຶ້ມມາສົ່ງຫໍສະໝຸດ ຕາມວັນເວລາທີ່ກຳນົດ:
ຖ້າທ່ານບໍ່ໄດ້ນຳເອົາປຶ້ມມາສົ່ງ ຕາມວັນເວລາທີ່ກຳນົດ, ທ່ານຈະຖືກປັບໃໝ:
– 1,000 ກີບ ຕໍ່ຫົວ.
ຕົວຢ່າງ: ຖ້າທ່ານຢືມປຶ້ມ 4 ຫົວ ເຊິ່ງຕ້ອງສົ່ງວັນທີ 20 ພຶດສະພາ 2017, ແຕ່ວ່າ ທ່ານນຳເອົາປຶ້ມມາສົ່ງໃນວັນທີ 21 ພຶດສະພາ 2017, ຄ່າປັບໃໝລວມທັງໝົດ ແມ່ນ: 4,000 ກີບ.
ປຶ້ມ & ເອກະສານໃດ ທີ່ທ່ານບໍ່ສາມາດຢືມໄດ້. ເບິ່ງຕົວຢ່າງລຸ່ມນີ້:
![](/wp-content/uploads/2017/05/greenbook.jpg)
ຫໍສະໝຸດຈະບໍ່ອະນຸຍາດໃຫ້ທ່ານຢືມ ປຶ້ມບົດນິພົນ, ບົດຄົ້ນຄວ້າ-ວິໄຈ & ບົດລາຍງານ ແຕ່ທ່ານສາມາດ
ສຳເນົາ ແລະ ອ່ານຢູ່ໃນຫ້ອງສະໝຸດເທົ່ານັ້ນ.
![](/wp-content/uploads/2017/05/greenbook.jpg)
ຫໍສະໝຸດຈະບໍ່ອະນຸຍາດໃຫ້ທ່ານຢືມ ປຶ້ມ ແລະ ເອກະສານອ້າງອີງໄດ້ ແຕ່ທ່ານສາມາດສຳເນົາ ແລະ
ອ່ານຢູ່ໃນຫ້ອງສະໝຸດເທົ່ານັ້ນ.
![](/wp-content/uploads/2017/05/greenbook.jpg)
ຫໍສະໝຸດຈະບໍ່ອະນຸຍາດໃຫ້ທ່ານຢືມ ປຶ້ມ ແລະ ເອກະສານ ຫຼື ສິ່ງພິມລັດຖະບານໄດ້ ແຕ່ທ່ານສາມາດ
ສຳເນົາ ແລະ ອ່ານຢູ່ໃນຫ້ອງສະໝຸດເທົ່ານັ້ນ.
![](/wp-content/uploads/2017/05/greenbook.jpg)
ຫໍສະໝຸດຈະບໍ່ອະນຸຍາດໃຫ້ທ່ານຢືມ ປຶ້ມ ຫຼື ເອກະສານຫາຍາກອື່ນໆ ໝາຍຄວາມວ່າ ປຶ້ມ ຫຼື ເອກະສານ
ນັ້ນອາດເປັນເອກະສານທີ່ເກົ່າແກ່ ແລະ ມີຈຳນວນໜ້ອຍ. ເພື່ອໃຫ້ສະມາຊິກຄົນອື່ນໆໄດ້ນຳໃຊ້ ສະນັ້ນ,
ຫໍສະໝຸດຈິ່ງບໍ່ອະນຸຍາດໃຫ້ຢືມໄດ້ ແຕ່ທ່ານສາມາດສຳເນົາ ແລະ ອ່ານຢູ່ໃນຫ້ອງສະໝຸດເທົ່ານັ້ນ.