06Apr/18

ການມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຢູ່ທີ່ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ

ພິທີມອບໃບຢັ້ງຢືນການຝຶກງານນັກສຶກສາປີ4 ມາຈາກຄະນະວິທະຍາສາດສັງຄົມ ພາກວິຊາພູມີສາດ ແລະ ສາລະສົນເທດ ທີ່ໄດ້ມາຝືກງານຢູ່ທີ່ຫໍສະໝຸດ ເລີມຕັ້ງແຕ່ວັນທີ່ 6/2/2018 – 6/4/2018 ກໍ່ຖືວ່າປະສົມຜົນງານສຳເລັດໜ້າທີ່ ດັ່ງນັ້ນທາງຫໍສະໜຸດກາງ ຂອງພວກເຮົາຈື່ງໄດ້ມີການມອບ ໃບຢັ້ງຢືນ ໃຫ້ກັບ ນາງ. ຈີນດາພອນ ພູມລະນອງ ຊື່ງມອບໂດຍ ທ່ານ. ສົມພອນ ບຸນມີ ຮອງອຳນວຍການຝ່າຍບໍລິິຫານ.

06Apr/18

ການມອບປຶ້ມ ທຳນອງຊີວີດຂຽນແລະມອບໂດຍທ່ານ ແສງຈັນ ສຸຂະເສມ ຈຳນວນ 10 ຫົວ

ໃຈຄວາມ ແລະ ເນື້ອໃນປຶ້ມຈະເວົ້າເຖີ່ງການດຳລົງຊີວິດ ຄົນເຮົາມີໂອກາດສ້າງຄວາມດີໃຫ້ຊີວິດຕົນເອງໄດ້ພຽງຄັ້ງດຽວໃນຊ່ວງອາຍຸໜື່ງ. ແຕ່ໃນຄວາມເປັນແລ້ວໃນຊ່ວງອາຍຸຂອງແຕ່ລະຄົນນັ້ນ ເໜືອນກັບວ່າມີສີ່ງໜື່ງທີ່ອອກແບບມາໃຫ້ຊີວີດທີ່ຕ້ອງເປັນໄປເອີ້ນວ່າ ອຸປະສັກຂອງຄວາມຝັນເຊີ່ງແຕ່ລະຄົນຕ້ອງສູ້ ສູ້ເພື່ອສ້າງຄວາມດີທົດແທນອຸປະສັກເຫຼົ່ານັ້ນ. ການສ້າງຄວາມດີນັັ້ນປຽບຄືລາງວັນອັນປະເສີດໃຫ້ຊີວິດແລ້ວເຮົາຈື່ງຈະຮູ້ວ່າ ຊີວິດມີພະລັງ ເເລະ ຄວາມມຸ້ງຫວັງເພື່ອເດີນທາງ ນີ້ຄືຄວາມຈຳເປັນທີ່ຈະເຮັດໃຫ້ເຮົາເຫັນສີ່ງໃໜ່ທີ່ຢູ່ໄກກວ່າ. ດັ່ງນັ້ນ, ການມອບປຶ້ມຂອງທ່ານໃນຄັ້ງນີ້ຖືວ່າເປັນການປະກອບສ່ວນຊ່ວບສ້າງຄັງຄວາມຮູ້ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ.

30Mar/18

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີຢ່າງສຸດໃຈ

ເພື່ອເປັນການຄຳນັບຮັບຕ້ອນວັນທີ່ສຳຄັນອິກວັນໜື່ງກໍ່ຄື ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ. ເນື້ອງຈາກເປັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີຢ່າງສຸດໃຈ ທາງຫໍສະໜຸດກາງ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຕົ້າໂຮມພະນັກງານທັງໜົດ ອອກແຮງງານລ່ວມ ຈັດແຈງປື້ມເອກະສານຕ່າງໆໃຫ້ຢູ່ໃນສະພາບດີຂື້ນ.

06Dec/17

ງານປະຖົມນິເທດການເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ແກ່ນັກສຶກສາປີທີ 1. (2017-2018)

ງານປະຖົມນິເທດການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການສ້າງທັກສະການຮຽນຮູ້ວິທີເຂົ້າເຖີງຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາປີທີ 1 ສົກຮຽນ 2017-2018